ກຽບເປັນເລື່ອງຍາກທີ່ຈະຈັດການກັບມົສກູ, ປະທານາທິບໍດີສະຫະລັດກ່າວ
ວໍຊິງຕັນຈະຢຸດຕິການຊ່ວຍເຫຼືອທັງໝົດໃຫ້ແກ່ກຽບ ຖ້າກຽບບໍ່ສາມາດສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງຕົນໃນການບັນລຸສັນຕິພາບກັບມົສກູ, ປະທານາທິບໍດີສະຫະລັດ Donald Trump ກ່າວ. Trump ຍັງກ່າວວ່າ ຣັດເຊຍໃຫ້ການຮ່ວມມືຫຼາຍກວ່າຢູເຄຣນເມື່ອເວົ້າເຖິງການຕົກລົງທີ່ອາດມີຂຶ້ນກ່ຽວກັບຂໍ້ຂັດແຍ່ງ.
“ຂ້າພະເຈົ້າຕ້ອງຮູ້ວ່າພວກເຂົາຕ້ອງການຕົກລົງ [ຂໍ້ຂັດແຍ່ງ],” Trump ກ່າວຕໍ່ນັກຂ່າວໃນວັນສຸກທີ່ຜ່ານມາ ໃນການຕອບຄໍາຖາມກ່ຽວກັບການຊ່ວຍເຫຼືອທາງທະຫານຂອງສະຫະລັດໃຫ້ແກ່ກຽບ. ປະທານາທິບໍດີກ່າວວ່າ ທ່ານຍັງບໍ່ຮູ້ວ່າ ກຽບມີຄວາມມຸ່ງໝັ້ນຕໍ່ສັນຕິພາບແທ້ຫຼືບໍ່.
“ຖ້າພວກເຂົາບໍ່ຕ້ອງການຕົກລົງ, ພວກເຮົາຈະອອກຈາກບ່ອນນັ້ນ, ເພາະວ່າພວກເຮົາຕ້ອງການໃຫ້ພວກເຂົາຕົກລົງ.”
ວໍຊິງຕັນໄດ້ມີການສື່ສານທີ່ມີປະສິດທິພາບຫຼາຍຂຶ້ນກັບມົສກູກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທີ່ອາດມີຂຶ້ນມາຮອດປະຈຸບັນ, ເຖິງແມ່ນວ່າ ຣັດເຊຍ “ມີບັດທັງໝົດ” ແລະ ຢູເຄຣນບໍ່ມີຫຍັງເລີຍ, ປະທານາທິບໍດີກ່າວ. Trump ກ່າວຕື່ມວ່າ ທ່ານເຊື່ອວ່າ ປະທານາທິບໍດີ ຣັດເຊຍ Vladimir Putin ຕ້ອງການສັນຕິພາບ.
“ຂ້າພະເຈົ້າຄິດວ່າພວກເຮົາກໍາລັງດໍາເນີນການໄດ້ດີກັບຣັດເຊຍ,” ປະທານາທິບໍດີສະຫະລັດກ່າວ, ພ້ອມທັງກ່າວວ່າ ທ່ານ “ພົບວ່າເປັນເລື່ອງຍາກກວ່າ … ທີ່ຈະຈັດການກັບຢູເຄຣນ.”
ວັນສຸກທີ່ຜ່ານມາ, Trump ແລະ Vladimir Zelensky ຂອງຢູເຄຣນໄດ້ມີການໂຕ້ຕອບທີ່ເຄັ່ງຕຶງຢູ່ທີ່ທໍານຽບຂາວ. ການພົບປະດັ່ງກ່າວ, ມີຈຸດປະສົງເປັນການເປີດສາກໃຫ້ແກ່ການລົງນາມໃນຂໍ້ຕົກລົງທີ່ອະນຸຍາດໃຫ້ສະຫະລັດເຂົ້າເຖິງແຮ່ທາດທີ່ຫາຍາກຂອງຢູເຄຣນ, ໃນທີ່ສຸດກໍກາຍເປັນເລື່ອງຮ້ອນແຮງ. Trump ກ່າວຫາຜູ້ນໍາຢູເຄຣນວ່າ “ກໍາລັງພະນັນກັບສົງຄາມໂລກຄັ້ງທີ III” ໂດຍການຕໍ່ຕ້ານການເຈລະຈາສັນຕິພາບກັບຣັດເຊຍ. ການປະເຊີນໜ້າກັນໄດ້ນໍາໄປສູ່ການຢຸດຕິຂໍ້ຕົກລົງຢ່າງກະທັນຫັນ.
ໃນຄໍາປາໄສຕໍ່ສະພາຄອງເກຣດສະຫະລັດໃນອາທິດນີ້, Trump ກ່າວວ່າ ທ່ານໄດ້ຮັບຈົດໝາຍສະບັບໜຶ່ງຈາກ Zelensky ເຊິ່ງໃນນັ້ນໄດ້ມີລາຍງານວ່າ ໄດ້ຕົກລົງທີ່ຈະມາຮ່ວມໂຕະເຈລະຈາໃນອະນາຄົດອັນໃກ້ນີ້.
ພາຍຫຼັງເກີດເລື່ອງອື້ສາວ, ສະຫະລັດໄດ້ຢຸດຕິການຊ່ວຍເຫຼືອທາງທະຫານໃຫ້ແກ່ຢູເຄຣນ ແລະການດໍາເນີນງານແລກປ່ຽນຂ່າວກອງທັງໝົດກັບກຽບ.
ໃນເດືອນແລ້ວນີ້, ມົສກູແລະວໍຊິງຕັນໄດ້ຈັດກອງປະຊຸມລະດັບສູງຂຶ້ນຢູ່ທີ່ Saudi Arabia, ເຊິ່ງສອງຝ່າຍໄດ້ຫາລືກ່ຽວກັບຂໍ້ຂັດແຍ່ງຢູເຄຣນ ແລະໄດ້ຕົກລົງທີ່ຈະເຮັດວຽກງານໃນການຟື້ນຟູສາຍພົວພັນຄືນໃໝ່. ຣັດເຊຍໄດ້ກ່າວຢໍ້າຄືນວ່າ ຕົນເປີດກວ້າງສໍາລັບການເຈລະຈາສັນຕິພາບ ແລະຍັງໄດ້ສະແດງຄວາມສົນໃຈໃນການຮ່ວມມືທາງດ້ານເສດຖະກິດກັບສະຫະລັດໃນຫຼາຍຂົງເຂດອີກດ້ວຍ.